ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫົວໜ້າກົມໃຫຍ່ເສນາທິການກອງທັບ ຕ້ອນຮັບຄະນະວິຊາການ ກອງທັບປົດປ່ອຍປະຊາຊົນຈີນ


     ໃນວັນທີ 15 ທັນວາ 2023 ນີ້, ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າ ກົມ
ໃຫຍ່ເສນາທິການກອງທັບປະຊາຊົນລາວ ໄດ້ຕ້ອນຮັບການເຂົ້າ ຢ້ຽມຂໍ່ານັບຂອງ ສະຫາຍ ພົນຕີ ມ່າຊິນ ຮອງຫົວໜ້າ ກົມສູ້ຮົບກົມເສ
ນາທິການຮ່ວມກອງທັບປົດ ປ່ອຍປະຊາຊົນຈີນ ພ້ອມດ້ວຍຄະນະໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນ
ລະຫວ່າງວັນທີ 11-16 ທັນວາ 2023 ນີ້.

     ໂອກາດນີ້, ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ໄດ້ຕີລາຄາສູງຕໍ່ການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຂອງ
ສະຫາຍ ພົນຕີ ມ່າຊິນ ພ້ອມຄະນະໃນຄັ້ງນີ້ ເຊິ່ງເປັນການ ປະກອບສ່ວນ ແລະ ນຳຜົນປະໂຫຍດໃຫ້ແກ່ວຽກງານການພົວພັນຮ່ວມມືຂອງ
ສອງກອງທັບ ລາວ-ຈີນ, ຈີນ-ລາວ ທັງເປັນການເພີ່ມພູນຄູນສ້າງຄວາມສາມັກຄີ, ຄວາມຮັກແພງຊ່ວຍເຫຼືອເຊິ່ງກັນ ແລະ ກັນທີ່ ເປັນມູນ
ເຊື້ອອັນດີງາມລະຫວ່າງ ສອງຊາດ, ສອງກອງທັບ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ, ພ້ອມທັງຕີລາຄາ ສູງຕໍ່ໝາກຜົນຂອງການພົບປະສອງຝ່າຍລະ
ຫວ່າງ ກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ແລະ ຄະນະວິຊາການ ກອງທັບປົດປ່ອຍປະຊາຊົນຈີນ ໃນຄັ້ງນີ້, ເຊິ່ງເປັນການເສີມ
ຂະຫຍາຍການພົວພັນ ຮ່ວມມືຂອງສອງກະຊວງປ້ອງກັນປະເທດ ລາວ-ຈີນ ໄດ້ຮັບໝາກຜົນດີຍິ່ງໆຂຶ້.

     ສະຫາຍ ພົນຕີ ມ່າຊິນ ໄດ້ກ່າວສະແດງຄວາມຂອບໃຈຕໍ່ ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ພ້ອມຄະນະທີ່ໃຫ້ການຕ້ອນຮັບ
ຢ່າງອົບອຸ່ນ ແລະ ໄດ້ລາຍງານຜົນການພົບປະສອງຝ່າຍ ໃນການພົວພັນຮ່ວມມືລະຫວ່າງ ກົມໃຫຍ່ເສນາທິການກອງທັບປະຊາຊົນລາວ
ກັບ ຄະນະວິຊາການກອງທັບ ປົດປ່ອຍປະຊາຊົນຈີນ ໃນຄັ້ງນີ້ໄດ້ຮັບຊາບ, ເຊິ່ງສອງຝ່າຍໄດ້ເຫັນດີຮ່ວມກັນໃນການແລກປ່ຽນການຮ່ວມ
ມືດ້ານຕ່າງໆ ເພື່ອພ້ອມກັນປົກປັກຮັກສາ, ເສີມຂະຫາຍສາຍພົວພັນຮ່ວມມືລະຫວ່າງ ສອງຊາດ, ສອງກອງທັບ ຈີນ-ລາວ , ລາວ-ຈີນ
ໃຫ້ແໜ້ນ
ແຟ້ນຍິ່ງໆຂຶ້ນ.

     ໂອກາດດຽວກັນນີ້, ຄະນະວິຊາການ ກອງທັບປົດປ່ອຍປະຊາຊົນຈີນ ຍັງໄດ້ເຂົ້າຢ້ຽມຊົມຫໍພິພິທະພັນປະຫວັດສາດ ກອງທັບປະຊາ
ຊົນລາວ ຕື່ມອີກ.

ແຫຼ່ງຂ່າວໂດຍ ຂກທ
ວັນທີ 19/12/2023